ສະພາການຄ້າແລະອຸດສະຫະກຳແຂວງອຸດົມໄຊ
ສະພາການຄ້າແລະອຸດສະຫະກຳແຂວງອຸດົມໄຊ

ພິທີປະກາດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດຂື້ນ ໃນວັນນທີ່ 5 ສິງຫາ 2025 ທີ່ສະໂມສອນເມືອງໄຊ ,ແຂວງອຸດົມໄຊ

 

ພິທີປະກາດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດຂື້ນ ໃນວັນນທີ່ 5 ສິງຫາ 2025 ທີ່ສະໂມສອນເມືອງໄຊ ,ແຂວງອຸດົມໄຊ

    ພິທີປະກາດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດຂື້ນ ໃນວັນນທີ່ 5 ສິງຫາ 2025 ທີ່ສະໂມສອນເມືອງໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈັນ ເທບພາລີ ຮອງເລຂພັກເມືອງ, ຮັກສາການແທນເຈົ້າເມືອງໆໄຊ, ທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ທ່ານ ອາລຸນ ບຸນວິໄລ ຮັກສາການຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ  ຄະນະປະຈຳສະພາການຄ້າ, ຫົວຫນ້າຫ້ອງການການອຸດສາຫະກຳ ແລະ ການຄ້າ, ນັກທະລຸກິດ ຜູ້ປະກອບການອ້ອມຂ້າງເມືອງ ພ້ອມດ້ວຍ ແຂກເຊີນ ຈາກພະແນກການອ້ອມຂ້າງ ເຂົ້າຮ່ວມ.
        ເພື່ອປະຕິບັດຕາມ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆໄຊ ໃນການແຕ່ງຕັ້ງປະທານ, ຮອງປະທານ, ຄະນະປະຈໍາ ແລະ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ ເຊິ່ງ ຕົກລົງແຕ່ງຕັ້ງ ທ່ານ ສິດທິໄຊ ອິນທິລາດ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ, ທ່ານ ພອນສະມຸດ ອິນດາລາ ເປັນປະທານກວດກາ ໂດຍມີ ຄະນະບໍລິຫານງານ 24 ທ່ານ, ຍິງ 9 ທ່ານ, ຄະນະປະຈຳ 11 ທ່ານ, ຍິງ 5 ທ່ານ, ຄະນະປະທານ 7 ທ່ານ, ຍິງ 2 ທ່ານ, ຄະນະປະທານກວດກາ 3 ທ່ານ, ຍິງ 1 ທ່ານ; ພ້ອມກັນບໍລິຫານວຽກງານ ສະພາການຄ້າເມືອງ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ. ການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳ ປະຈຳ ເມືອງໄຊ ເພື່ອປະຕິບັດຕາມດຳລັດຂອງ ນາຍົກລັດຖະມົນຕີ ເຊິ່ງໄດ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເປັນບ່ອນອີງໃຫ້ແກ່ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ຄື ຂອງແຂວງ, ເມືອງ ແນ່ໃສ່ເສີມຂະຫຍາຍ ຄວາມເປັນເຈົ້າຂອງການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊຸກຍູ້ ສົ່ງເສີມ ບັນດາຫົວໜ່ວຍທຸລະກິດ ໃຫ້ດໍາເນີນທຸລະກິດ ມີປະສິດທິຜົນສູງ ແລະ ຖືກຕ້ອງຕາມກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຫົວໜ່ວຍທຸລະກິດທີ່ເປັນສະມາຊິກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເພື່ອເປັນການເຕົ້າໂຮມ ນັກທຸລະກິດພາຍໃນເມືອງ ປຶກສາຫາລື ວຽກງານທຸລະກິດຕ່າງໆ, ພ້ອມກັນເຄື່ອນໄຫວ ໃຫ້ຖືກຕ້ອງຕາມກົດຫມາຍ. ພ້ອມທັງ ຮັບຟັງການໂອ້ລົມ ຈາກການນຳແຂວງ ແລະ ເມືອງ ເຊິ່ງເນັ້ນ ການຍົກສູງ ພາລະບົດບາດ ເຮັດຫນ້າທີ່ເປັນຂົວຕໍ່ ລະຫວ່າງ ແຂວງ ກັບ ເມືອງ ໃນການພັດທະນາເສດຖະກິດ ຮ່ວມມືກັບ ພາກລັດ ເພື່ອແກ້ໄຂບັນຫາເສດຖະກິດໃຫ້ສອດຄ່ອງ ກັບ ສະພາບປະຈຸບັນ, ປຸກລະດົມ ນັກທຸລະກິດ ເຂົ້າຮ່ວມເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳ ໃຫ້ກວ້າງຂວາງ.
        The ceremony to announce the establishment of the Chamber of Commerce and Industry of Xay District, Oudomxay Province was held on August 5, 2025 at the Xay District Club with the participation of Mr. Somchan Thepphaly, Deputy Party Secretary of the District, Acting Mayor of Xay District, Mr. Thongin Khamsompong, President of the Oudomxay Provincial Chamber of Commerce and Industry, Mr. Aloun Bounvilay, Acting Head of the Industry and Commerce Department of the Standing Committee of  the Chamber of Commerce, Head of the Industry and Commerce Office, entrepreneurs and entrepreneurs from around the district, as well as invited guests from surrounding departments.
        In order to comply with the decision of the Mayor of Xay District to appoint the President, Vice President, Standing Committee and Executive Committee of the Xay District Chamber of Commerce and Industry, Mr. Sitthixay Inthirath was appointed as the President of the Xay District Chamber of Commerce and Industry, Mr. Phonesamut Indara as the Chairman of the Inspection Committee, with 24 members of the Executive Committee, 9 of whom are women, 11 of whom are standing committee members, 5 of whom are women, 7 of whom are women, and 3 of whom are inspection committee members, 1 of whom is woman; together, they will manage the work of the District Chamber of Commerce to achieve its objectives and targets. The establishment of the Xay District Chamber of Commerce and Industry in accordance with the Prime Minister's decree, which defines the location, roles, duties, scope of authority, organizational structure, principles and working methods as a reference for the organization and activities of the Lao National Chamber of Commerce and Industry as well as those of the province and district, aims to enhance organizational ownership, unite solidarity, help each other, encourage and promote business units to conduct business with high efficiency and in accordance with the law, protect the rights and legitimate interests of member business units, contribute to the socio-economic development of the Lao PDR, and to gather business people in the district to discuss various business matters, and work together in accordance with the law. In addition, we listened to the talks from the provincial and district leaders, who emphasized the role of acting as a bridge between the province and the district in economic development, cooperating with the government to solve economic problems in line with the current situation, and mobilizing business people to participate as members of the Chamber of Commerce and Industry.


























Post a Comment

Previous Post Next Post