ສະພາການຄ້າແລະອຸດສະຫະກຳແຂວງອຸດົມໄຊ
ສະພາການຄ້າແລະອຸດສະຫະກຳແຂວງອຸດົມໄຊ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະພາການຄ້າ ແລະ ອຸດສະຫະກຳແຂວງອຸດົມໄຊ ຄັ້ງທີ II ວັນທີ 19 ພະຈິກ 2025

    ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະພາການຄ້າ ແລະ ອຸດສະຫະກຳແຂວງອຸດົມໄຊ ຄັ້ງທີ II ວັນທີ 19 ພະຈິກ 2025
ໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຊາວແຂວງອຸດົມໄຊ ພວມສ້າງຂະບວນການ ຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດຂອງຊາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ. ມາໃນວັນທີ 19 ພະຈິກ 2025 ທີ່ ສະໂມສອນແຂວງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງອິນ ຄໍາສົມປອງ ປະທານສະພາການຄ້າ ແລະ ອຸດສາຫະກຳ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ອາລຸນ ບຸນວິໄລ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຄະນະບໍລິຫານງານ ສຄອ ແຂວງ, ສຄອ ເມືອງ, ຜູ້ແທນກອງປະຊຸມ ແລະ ແຂກເຊີນ ຈາກພະແນການ, ສອງກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າ ຂັ້ນແຂວງ ເຂົ້າຮ່ວມ.
        ຈຸດປະສົງ ຂອງກອງປະຊຸມ ເພື່ອຕີລາຄາຄືນຜົນງານ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ໃນການເຄື່ອນໄຫວ ປະຕິບັດວຽກງານ ຂອງ ຄະນະບໍລິຫານງານ ສຄອ ສະໄໝທີ I ໃນໄລຍະ 5 ປີຜ່ານມາ ແລະ ກຳນົດທິດທາງແຜນພັດທະນາ ໃນ 5 ປີຕໍ່ໜ້າ. ຕະຫຼອດໄລຍະທີ່ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ໃນນາມເປັນຂົວຕໍ່ການ ພົວພັນ ປະສານງານ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອສົ່ງເສີມ ແລະ ພັດທະນາ ເສດຖະກິດ ໃຫ້ມີຄວາມເຂັ້ມແຂງດ້ວຍການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ 6 ເສົາຄໍ້າ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ມາເປັນ ແຜນພັດທະນາສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ໄລຍະ 5 ປີ ຜ່ານມາ ໄດ້ອອກໜັງສືຢັ້ງຢືນ ແຫຼ່ງກຳເນີນສິນຄ້າ (C.O) ທັງໝົດ 5.644 ຊຸດ, ບໍລິມາດສິນຄ້າ ສົ່ງອອກ 570 ລ້ານກວ່າກິໂລ, ມູນຄ່າ 4,591,775,223 ໂດລາ. ໃນນີ້ ໄດ້ສົ່ງອອກ ສປ ຈີນ ຈຳນວນ 5,544 ຊຸດ, ບໍລິມາດ ສິນຄ້າ 548 ລ້ານກິໂລ, ມູນຄ່າ 4,588,017,919 ໂດລາ; ສົ່ງອອກ ສສ ຫວຽດນາມ ຈຳນວນ 100 ຊຸດ, ບໍລິມາດສິນຄ້າ 22 ລ້ານກວ່າກິໂລ, ມູນຄ່າ 3,757.304 ໂດລາ ແລະ ຊະນິດ (ແປ້ງມັນຕົ້ນ, ຢາງພາລາ, ສາລີ, ພືດຕະກຸນຖົ່ວ, ໝາກໄມ້, ກ້ວຍ, ໝາກໂມ, ມັນດ້າງ, ຊາ, ນໍ້າເຜິ້ງ, ງົວ ແລະ ອື່ນໆ). ພ້ອມນີ້ ກອງປະຊຸມ ໄດ້ວາງທິດທາງແຜນພັດທະນາ ໄລຍະ 5 ປີ (2026-2030), ສ້າງ ແລະ ພັດທະນາຫົວໜ່ວຍວິສາຫະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ສາມາດແຂ່ງຂັນ ແລະ ກາຍເປັນກຳລັງແຮງຍູ້ໜູນການພັດທະນາ ເສດຖະກິດ-ສັງຄົມ ແຕ່ນີ້ຮອດ 2035. ຜັນ ຂະຫຍາຍ ວິໄສທັດ ຮອດປີ 2030 ແລະ ຈັດຕັ້ງປະຕິບັດ 4 ໃຈກາງ ພັດທະນາຮອດປີ 2035 ຂອງແຂວງ ອຸດົມໄຊ ແລະ ຍຸດທະສາດເສົາຄໍ້າຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອສ້າງບາດລ້ຽວໃໝ່ໃນການຂະຫຍາຍ ແລະ ພັດທະນາວິສາຫະກິດ, ຜູ້ປະກອບກິດຈະການຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງຕາມທິດການຫັນເປັນ ອຸດສາຫະກຳ ແລະ ການບໍລິການທີ່ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ ເຮັດໃຫ້ ທຸລະກິດ ມີຄວາມສະຫງົບ, ຍຸຕິທຳ, ຍູ້ແຮງ ການເປັນຕົວແທນໃຫ້ແກ່ ຜູ້ໃຊ້ແຮງງານ, ສະມາຄົມ-ກຸ່ມ, ສະຫະກອນ, ກຸ່ມຜູ້ປະກອບການທຸລະກິດ ອິດສະຫຼະ ແລະ ຫົວໜ່ວຍທຸລະກິດ ສ້າງຕັ້ງ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ ສປປ ລາວ.
        ກອງປະຊຸມໄດ້ດຳເນີນການປອນບັດຄັດເລືອກເອົາ ຄະນະບໍລິຫານງານຊຸດໃຫມ່ ເຊິ່ງມີຜູ້ອອກສະໜັກເລືອກຕັ້ງ ທັງໝົດ 55 ທ່ານ, ຍິງ 10 ທ່ານ, ເລືອກເອົາ 49 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ຄະນະປະຈໍາ ສະພາການຄ້າ ແລະ ອຸດສາຫະກຳແຂວງ ປະກອບມີ 17 ທ່ານ, ຍິງ 4 ທ່ານ, ຮັບຮອງເອົາ ຄະນະປະທານ ປະກອບມີ 8 ທ່ານ, ຍິງ 3 ທ່ານ ໃນນີ້, ຮັບຮອງເອົາ ທ່ານ ທອງອິນ ຄໍາສົມປອງ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ທ່ານ ສົມເພັດ ລາວເຊີນ, ທ່ານ ວິລະສັນ ແວງທິສານ, ທ່ານ ວິໄສ ອິນດາລາ, ທ່ານ ນາງ ດາວວົງ ກອງມະນີ, ທ່ານ ນາງ ໝອນຄໍາ ສຸກສິງຫາ, ທ່ານ ນາງ ບົວຄໍາ ສາລິກາ ແລະ ທ່ານ ສິດທິໄຊ ສິດທິລາດ ເປັນຮອງປະທານ, ຮັບຮອງເອົາ ຄະນະກວດກາ ຈໍານວນ 3 ທ່ານ, ຍິງ 1 ທ່ານ ຮັບຮອງເອົາ ທ່ານ ພານຸສັກ ໄຊຍະວົງ ເປັນປະທານກວດກາ, ທ່ານ ປອ ນາງ ກອງສີ ມະນີພອນ ເປັນຮອງປະທານ ແລະ ທ່ານ ທີວທະວັດ ມີແສງໃສ ເປັນຄະນະ ເພື່ອສືບຕໍ່ ນຳພາ-ຊີ້ນຳ ໃນການບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ສະໄໝທີ II ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ໂປ່ງໃສ; ສົ່ງເສີມ, ພັດທະນາ ການຈັດຕັ້ງທຸລະກິດ, ສະມາຊິກ ແລະ ສະໜອງຂໍ້ມູນທາງດ້ານການຄ້າ, ການລົງທຶນ, ການເງິນ ແລະ ການບໍລິການ ໃຫ້ທັນສະໄໝ, ວ່ອງໄວ.
        In the midst of the atmosphere, the entire Party, the entire Army, and all the people of Oudomxay province are creating a campaign to welcome two historical days of the nation: National Day on December 2, the 50th anniversary, and the 105th anniversary of the birth of President Kaysone Phomvihane, a leader greatly respected by all the Lao people. On November 19, 2025, the Provincial Club of the Oudomxay Chamber of Commerce and Industry held its 2nd General Meeting under the chairmanship of Mr. Thongin Khamsompong, President of the Chamber of Commerce and Industry. The meeting was attended by Mr. Bounkhong Lachiemphone, Deputy Member of the Party Central Committee and Secretary of the Oudomxay Provincial Party Committee, Mr. Oudeth Souvannavong, President of the Lao National Chamber of Commerce and Industry, Mr. Aloun Bounvilay, Provincial Party Member, Head of the Provincial Department of Industry and Commerce, and the Executive Committees of the Provincial Chamber of Commerce and Industry, representatives of the meeting and guests from the Ministry of Commerce, the two Provincial Police Commands and the Provincial Police Command, and equivalent organizations at the provincial level.
        The purpose of the meeting was to review the achievements, weaknesses, and shortcomings in the activities of the Executive Committee of the First Term of the Lao Chamber of Commerce and Industry over the past 5 years and to set the direction for the development plan for the next 5 years. Throughout the past period, the Lao Chamber of Commerce and Industry (LCCI) as a bridge between the government and the business sector to promote and develop the economy to be strong by deploying and implementing the 6-pillar strategic plan of the Lao National Chamber of Commerce and Industry into the Development Plan of the Oudomxay Provincial Chamber of Commerce and Industry. Over the past 5 years, a total of 5,644 sets of certificates of origin (CO) were issued, with a total export volume of over 570 million kilograms, valued at $4,591,775,223. Of these, 5,544 sets were exported to China, with a total volume of 548 million kilograms, valued at $4,588,017,919; Exported 100 sets of Vietnamese rice, with a product volume of over 22 million kilograms, worth 3,757,304 dollars and varieties (cassava flour, rubber, corn, legumes, fruits, bananas, watermelons, cassava, tea, honey, cattle, etc.). In addition, the meeting set a five-year development plan (2026-2030), creating and developing enterprise units in the direction of creating an independent, self-sufficient economy that can compete and become a driving force for socio-economic development from now to 2035. Implementing the vision to 2030 and implementing the 4 development centers to 2035 of Oudomxay province and the pillar strategy of the Lao National Chamber of Commerce and Industry to create a new turning point in expanding and developing enterprises and entrepreneurs to be strong and consistent with the direction of transforming into a modern industry and service in a green and sustainable direction, making business peaceful, fair, and promoting representation for employers, associations-groups, cooperatives, independent business groups and business units to be established and operate in accordance with the laws of the Lao PDR.
        The meeting conducted a ballot to select a new executive committee, with a total of 55 candidates, 10 of whom were women, and 49 were elected. The inaugural meeting unanimously approved the standing committee of the Provincial Chamber of Commerce and Industry consisting of 17 members, 4 of whom were women, and approved the chairmanship of 8 members, 3 of whom were women. In this, Mr. Thongin Khamsompong was approved as the chairman of the Oudomxay Provincial Chamber of Commerce and Industry, Mr. Somphet Laoson, Mr. Vilason Vengthisan, Mr. Vishai Indala, Ms. Daovong Kongmani, Ms. Monkham Souksingha, Ms. Bouakham Salika and Mr. Sitthixay Sitthirat were approved as vice-chairmen. The inspection committee consisted of 3 members, 1 of whom was women. Mr. Panusak Sayavong was approved as the chairman of the inspection, Dr. Kongsy Maniphone was approved as the vice-chairman, and Mr. Thiwat Mysengsai was approved as the committee to continue leading and directing the administration of the Chamber of Commerce and Industry. Oudomxay Province, the second term, to be fast, modern and transparent; to promote and develop business organizations, members and provide information on trade, investment, finance and services in a modern and fast manner.















 

Post a Comment

Previous Post Next Post